ສະຖານທີ່ທ່ອງທ່ຽວ ວັງວຽງ
ເມືອງທີ່ເຕັມໄປດ້ວຍທຳມະຊາດ ທິວທັດພູຜາປ່າດົງ ຫ້ວຍນ້ຳລຳທານເຊັ່ນແມ່ນ້ຳຊອງ ໄຮ່ນາແບບຂັ້ນໄດ ແລະຫມູ່ບ້ານຊົນເຜົ່າພື້ນເມືອງເຜົ່າຕ່າງ ໆ ຊຶ່ງນັກທ່ອງທ່ຽວຕ່າງຊາດຕ່າງຫລົງໄຫລແວະວຽນກັນມາທ່ອງທ່ຽວຢ່າງ ບໍ່ຂາດສາຍ
ວັງວຽງ ເມືອງແຫ່ງທຳມະຊາດ ທັດນີຍພາບອັນງົດງາມຕະການຕາຂອງທິວທັດພູຜາປາດົງ ໄຮ່ນາແບບຂັ້ນບັນໄດ ແລະຫມູ່ບ້ານຊົນເຜົ່າພື້ນເມືອງ ແລະ ເຜົ່າຕ່າງ ໆ ຂອງລາວ ເຊັ່ນ ລາວສູງ ລາວເທີງ ລາວມົ້ງ ໄທລື້ ຊົມຄວາມຍິ່ງໃຫຍ່ຂອງພູເຂົາທີ່ເຕັມໄປດ້ວຍປ່ານານາພັນທີ່ຂຶ້ນຕາມ ທຳມະຊາດ ລະຫວ່າງທາງຊົມຜາຕັ້ງ ຊຶ່ງເປັນພູເຂົາລູກດຽວທີ່ຕັ້ງຢູ່ໂດດດ່ຽວ ດ້ານໜ້າຂອງພູເຂົາມີແມ່ນ້ຳຊອງໄຫລຜ່ານ ພູເຂົາຮູບຮ່າງແປກຕາສະຫລັບຊັບຊ້ອນສວຍສົດງົດງາມຫຼາຍນັກທ່ອງທ່ຽວ ຕ່າງໆຕັ້ງນາມວ່າ “ກຸ້ຍຫລິນເມືອງລາວ”
ທີ່ຕັ້ງ ຕົວເມືອງວັງວຽງ ຕັ້ງຢູ່ແຄມແມ່ນ້ຳຊອງ ຫ່າງຈາກເມືອງຫລວງ (ວຽງຈັນ) 154 ກິໂລແມັດ ແລະຫ່າງຈາກເມືອງຫລວງພະບາງ 210 ກິໂລແມັດ ອ້ອມຮອບດ້ວຍພູເຂົາອັນສູງຊັ່ນເບິ່ງເຫັນສາຍນ້ຳກວ້າງຕາຍເນີນຂອງສາຍພູ ໂດຍມີພູຫິນປູນເປັນສາກຫລັງ ແລະໄດ້ຊື່ວ່າ ກຸ້ຍຫລິນແຫ່ງເມືອງລາວ ເປັນແຫລ່ງທ່ອງທ່ຽງຂອງປະເທດລາວ ທ່ານສາມາດເພີດເພີນໄປກັບທຳມະຊາດໃນລະຫວ່າງການເດີນທາງນຳອີກ
ສະຖານທີ່ທ່ອງທ່ຽວທີ່ຂື້ຍຊື່ຂອງເມືອງວັງວຽງ
ຖ້ຳຈັງ ຕັ້ງຢູ່ຫ່າງຈາກຕົວເມືອງວັງວຽງປະມານ1-2 ກິໂລແມັດ ທາງທີ່ຈະເດິນທາງໄປຍັງຖ້ຳຈັງ ນັກທ່ອງທ່ຽວຈະຕ້ອງຍ່າງຜ່ານຂົວຂ້າມແມ່ນ້ຳຊອງ ຊຶ່ງເປັນເອກລັກອີກແຫ່ງໜຶ່ງຂອງເມືອງວັງວຽງ ເນື່ອງຈາກຂົວຂ້າມຈະມີສີສົ້ມສະດຸດຕາ ສ່ວນການເດິນທາງຂຶ້ນໄປຖ້ຳຈັງນັ້ນ ຈະຕ້ອງຍ່າງຂຶ້ນບັນໄດປະມານ 150 ຂັ້ນ ເປັນທາງລາດຊັນ ເມື່ອຍ່າງຂຶ້ນໄປເຖິງກໍ່ຈະພົບກັບຖ້ຳຈັງ ຊຶ່ງແບ່ງເປັນ 2 ທາງແຍກນຳກັນຄື ຖ້ຳຝັ່ງຊ້າຍມື ເມື່ອຍ່າງເຂົ້າໄປກໍ່ຈະໄປເຖິງຈຸດຊົມວິວ ຈາກຈຸດນີ້ສາມາດເບິ່ງເຫັນວິວແມ່ນ້ຳຊອງ ກັບທົ່ງນາສີຂຽວ ກັບທຳມະຊາດທີ່ສົມບູນຂອງເມືອງວັງວຽງໂດຍຈະສາມາດເບິ່ງເຫັນໄດ້ທັງ ເມືອງ ສ່ວນໂຊນຂວາມື ນັກທ່ອງທ່ຽວຈະໄດ້ສຳຜັດກັບຫີນງອກຫີນຍ້ອຍໃນຮູບລັກສະນະຕ່າງໆ ພາຍໃນຖ້ຳອາກາດເຢັນສະບາຍ ແລະຈະມີນ້ຳໄຫລອອກຈາກປາກຖ້ຳສູ່ແມ່ນ້ຳດ້ານລຸມ
ນໍ້າຕົກຕາດກວາງຊີ

ນໍ້າຕົກຕາດກວາງຊີ ເປັນນໍ້າຕົກແຫ່ງໜື່ງທີ່ຫ່າງຈາກຕົວເມືອງຫຼວງພະບາງປະເທດລາວ ປະມານ 32 ກິໂລແມັດ ໄດ້ຊື່ວ່າເປັນນໍ້າຕົກທີ່ງາມທີ່ສຸດໃນຫຼວງພະບາງນໍ້າຕົກກວາງຊີມີຈໍານວນຊັ້ນທັງໝົດ 4 ຊັ້ນ ມີຄວາມສູງໂດຍລວມປະມານ 75 ແມັດ ເປັນນໍ້າຕົກຫີນປູນ ນໍ້າໃນນໍ້າຕົກຈື່ງມີສີຂຽວມໍລະກົດ ພາຍໃນນໍ້າຕົກຕາດມີການຈັດການທ່ອງທ່ຽວຢ່າງເປັນລະແບບຮຽບຮ້ອຍ ມີພື້ນທີ່ຮັບປະທານອາຫານ ພື້ນທີ່ສໍາລັບຫຼີ້ນນໍ້າ ລາຄາເຂົ້າຊົມ 20000ກີບ ເປີດໃຫ້ເຂົ້າຊົມຕັ້ງແຕ່ 6:00 - 17:00ໂມງ ບໍລິເວນທາງເຂົ້ານໍ້າຕົກຈະມີສູນອະນຸລັກໝີ ເຊີ່ງເປັນແຫຼ່ງລວບລວມໝີຈາການຊ່ວຍເຫຼືອຈາກການລ່າສັດປ່າໃນສະຖາທີ່ຕ່າງໆໃນປະເທດລາວ ເຊີ່ງຄ່າເຂົ້າຊົມສ່ວນໜື່ງແມ່ນນໍາມາອະນຸລັກບໍາລຸງໝີ